"Home" Teksti i këngës
"Home" ka tekste në gjuhën laosian.
Kuptimi "Home" vjen nga gjuha laosian dhe aktualisht nuk është konvertuar në përkthim në anglisht.
Tanu Vannasin
Track 5: ຈາກຝັນລາຄືນບ້ານ | Home
Album: Aftergrow
Alphabet Artwork By Kaiyasith Sirivongsa (Karnkai)
Written & Composed by Vannasin THIPAPHAY
Mixed and Mastered by Phousy Keovongsa
(Tension Lab)
Choirs: Nouand Rasjavong & Sanyanout THIPAPHAY
Studio Recording at Tension Lab
Home | Lyric
ຈາກມາໄກຈາກມາເພື່ອເຕີມເຕັມຄວາມຝັນ
ຈາກມານານເພື່ອຄົນທາງບ້ານໄດ້ຫຼັບຝັນ
ບາງຄັ້ງກໍຄິດເຖິງຈັບໃຈ
ອີກບໍ່ດົນຂ້ອຍນັ້ນຄົງໄດ້ກັບໄປ
ມີເລື່ອງລາວທີ່ຂ້ອຍຢາກເລົ່າໃຫ້ເຈົ້າຟັງ
ແຕ່ຂ້ອຍມີພຽງຮູບຖ່າຍທີ່ເຈົ້າໃຫ້ຂ້ອຍຕອນນັ້ນ
ບາງຄັ້ງຂ້ອຍກໍເຫງົາຈັບໃຈ
ຜູ້ຄົນທີ່ວຽນວົນແລ້ວຫາຍໄປ
ບາງເວລາທີ່ຂ້ອຍແນມບໍ່ເຫັນເຖິງປາຍທາງ
ມັນເລືອນລາງເກີນກ່ວາຈະຮູ້ວ່າຂາວຫຼືດຳ
ບາງຄັ້ງຢາກປ່ອຍວາງແລ້ວກັບໄປ
ຄວາມເມື່ອຍລ້າຄອຍກັດກິນໃນຫົວໃຈ
ຝາກດວງດາວໂອບກອດເຈົ້າໄວ້ຍາມຄ່ຳຄືນ
ອົດທົນຝືນຢ່າໃສ່ໃຈຄຳເວົ້າທີ່ບໍ່ຢາກໄດ້ຍິນ
ບາງຄັ້ງຢາກຫຼັບຕາແລ້ວຫາຍໄປ
ແຕ່ຮອຍຍິ້ມເຈົ້າບອກເຕືອນທາງໃນໃຈ
ມຸມນັ້ນທີ່ເຈົ້ານອນກ່ອມຂ້ອຍຈົນຫຼັບຝັນ
ເພງນັ້ນທີ່ເຈົ້າມັກເປີດໃຫ້ຂ້ອຍຟັງ
ສິ້ນຜືນນັ້ນທີ່ເຈົ້າຢາກໄດ້ເປັນຂອງຂວັນ
ອົດທົນໄວ້ຈັກວັນໜຶ່ງຄົງໄດ້ພົບກັນ
ທຸກຄັ້ງຍັງຄິດເຖິງຈັບໃຈ
ອີກບໍ່ດົນຂ້ອຍນັ້ນຄົງໄດ້ກັບໄປ